ມາຮຽນຕໍ່ທີ່ປະເທດຈີນຈະເລືອກຄະນະ ຫຼື ສາຂາໃດດີ ?

ການເລືອກສາຂາວິຊາເພື່ອຈະໄປຮຽນຕໍ່ທີ່ປະເທດຈີນ ແມ່ນປັນຫາທີ່ນັກສຶກສາຕ່າງຊາດຈໍານວນຫຼາຍປະສົບປັນຫາ. ແຕ່ລະຄົນກໍ່ມີວິທີແກ້ໄຂທີ່ແຕກຕ່າງກັນໄປ.

ມື້ນີ້ທາງ LM ກໍ່ມີປັດໄຈສຳຄັນທີ່ເຊື່ອວ່າຈະເປັນປະໂຫຍດ ສໍາລັບການພິຈາລະນາເລືອກສາຂາວິຊາ ສໍາລັບການຮຽນຕໍ່ທີ່ຈີນ ເພື່ອແນະນຳໃຫ້ນ້ອງໆ ໄດ້ຕັດສິນໃຈໄດ້ຖືກທິດທາງ.

ຖ້າເລືອກສາຂາທີ່ບໍ່ມັກ ແລ້ວເຂົ້າໄປຮຽນ ແລ້ວພົບວິຊາທີ່ຍາກ ກໍ່ອາດຈະເຮັດໃຫ້ນັກຮຽນທໍ້ ຫຼື ຍອມແພ້ໄດ້ງ່າຍ. ແຕ່ຖ້ານ້ອງເລືອກສາຂາທີ່ຕົນເອງມັກ ກໍ່ຈະມີແຮງຈູງໃຈໃນການແກ້ໄຂບັນຫາເຫຼົ່ານັ້ນໄດ້ດີຂຶ້ນ.

ພ້ອມກັນນັ້ນ ຖ້າສາຂາທີ່ນ້ອງເລືອກ ແມ່ນສາຂາທີ່ເຮົາຖະນັດນໍາ ນ້ອງຈະຍິ່ງຮຽນຮູ້ດ້ວຍຄວາມໝັ້ນໃຈ ແລະ ມີຄວາມໄດ້ປຽບໃນການພັດທະນາຕົນເອງໃນອະນາຄົດ.

ເຮົາສາມາດເລີ່ມຕົ້ນດ້ວຍການຕັ້ງຄໍາຖາມກັບຕົນເອງວ່າ “ໃນອະນາຄົດຢາກເຮັດວຽກຫຍັງ?” ແລະ ເພື່ອເປີດມຸມມອງໃຫ້ກວ້າງຂຶ້ນ ນ້ອງໆ ຍັງສາມາດຖາມຕົນເອງໄດ້ອີກວ່າ “ຢາກເປັນຄົນແບບໃດ?”

ແຕ່ຖ້າເຮົາຍັງບໍ່ມີແຜນອາຊີບທີ່ຊັດເຈນ ຫຼືຍັງບໍ່ຮູ້ວ່າຕົນເອງຢາກເຮັດຫຍັງ ການຝຶກຝົນ ແລະ ລອງເຮັດສິ່ງໃໝ່ໆເລື້ອຍໆ ແມ່ນວິທີທີ່ດີທີ່ສຸດໃນການຮູ້ຈັກຕົນເອງ.

ເມື່ອນ້ອງໆ ຮູ້ແລ້ວວ່າຕົນເອງຢາກໄດ້ຫຍັງໃນອະນາຄົດ ການເລືອກຄະນະ ແລະ ສາຂາວິຊາທີ່ຈະຮຽນຕໍ່ ກໍ່ຈະບໍ່ແມ່ນເລື່ອງທີ່ຍາກອີກຕໍ່ໄປ.

ການເລືອກສາຂາວິຊາ ບໍ່ໄດ້ຂຶ້ນຢູ່ກັບງານທີ່ຈະເຮັດຢ່າງດຽວ ແຕ່ຍັງຂຶ້ນຢູ່ກັບສະຖານະການຂອງອຸດສາຫະກຳໂດຍລວມພ້ອມ. ລອງເລືອກສາຂາທີ່ມີແນວໂນ້ມອາຊີບທີ່ດີ ແລະ ມີອະນາຄົດໃນຕະຫຼາດແຮງງານ. ເມື່ອນ້ອງໆ ເລືອກສາຂາທີ່ມີແນວໂນ້ມດີ ນ້ອງໆ ກໍ່ຈະມີໂອກາດເຂົ້າສູ່ຂັ້ນຕອນການຈ້າງງານໄດ້ງ່າຍຂຶ້ນ.

ໃນຊ່ວງບໍ່ຫຼາຍປີມານີ້ ສາຂາວິຊາທີ່ກ່ຽວຂ້ອງກັບທຸລະກິດໃນປະເທດຈີນ ໄດ້ຮັບຄວາມນິຍົມເພີ່ມຂຶ້ນຕະຫຼອດ ເຊັ່ນ ສາຂາວິຊາການເງິນ, ການບັນຊີ, ການຈັດການ ແລະ ສາຂາອື່ນໆ ຫຼື ສາຂາຄະນິດສາດການເງິນ ແລະ ວິສະວະກຳການເງິນ ທີ່ໃຫ້ມີແນວໂນ້ມຫຼາຍຂຶ້ນ. ຜູ້ສຳເລັດການສຶກສາໃນສາຂາເຫຼົ່ານີ້ ຈະມີທາງເລືອກສາຍອາຊີບຫຼາຍທາງ ເຊິ່ງກ່ຽວຂ້ອງກັບອຸດສາຫະກຳຫຼາຍດ້ານເຊັ່ນ ອິນເຕີເນັດ, ໄອທີ, ແລະ ອື່ນໆ ແຖມຍັງມີເງິນເດືອນທີ່ສູງຂຶ້ນອີກ.

ຫາກມີຄວາມສົນໃຈໃນເທັກໂນໂລຢີໂດຍສະເພາະ, ນ້ອງໆກໍ່ອາດຈະພິຈາລະນາສາຂາທີ່ກ່ຽວຂ້ອງກັບຄອມພິວເຕີ, ຂໍ້ມູນຂະໜາດໃຫຍ່ (Big Data) ແລະ ປັນຍາປະດິດ (AI) ເນື່ອງຈາກຄົນທີ່ມີຄວາມສາມາດດ້ານເທັກໂນໂລຢີ ແມ່ນເປັນສິ່ງທີ່ຕ້ອງການຢູ່ທຸກທີ່ທຸກເວລາ ແລະ ບໍ່ຕ້ອງຫ່ວງວ່າຈະບໍ່ມີງານ ຫຼື ເງິນເດືອນຕ່ໍາ ເພາະສາຂານີ້ເງິນສູງແນ່ນອນ.

ດັ່ງນັ້ນ ການເລືອກສາຂາວິຊາທີ່ຈະຮຽນອາດຈະສຳຄັນກວ່າການເລືອກມະຫາວິທະຍາໄລ ໃນບາງຄວາມຄິດ. ນ້ອງໆ ຄວນເບິ່ງວ່າຕົນເອງໃຫ້ຄວາມສຳຄັນກັບສິ່ງໃດຫຼາຍກວ່າ. ຢ່າງໃດກໍຕາມ ນ້ອງໆຈະສາມາດເລືອກສາຂາທີ່ເຮັດໃຫ້ພຶງພໍໃຈໄດ້ແນ່ນອນ.


ອ່ານເພີ່ມຕື່ມກ່ຽວກັບສາຍທີ່ສົນໃຈ


ແລ້ວເຮົາຈະເລືອກໄດ້ແນວໃດ? ຈະຫາຂໍ້ມູນຈາກໃສ?

ມື້ນີ້ທາງ LM ກໍ່ມີຄໍາແນະນໍາດີໆມາໃຫ້ນ້ອງໆເຊັ່ນກັນ!


ຂໍໃຫ້ຂໍ້ມູນ ແລະ ຄຳແນະນຳໃນບົດຄວາມນີ້ເປັນປະໂຫຍດ ແລະ ຊ່ວຍນ້ອງໃຫ້ມີຄວາມໝັ້ນໃຈໃນການຕັດສິນໃຈວິຊາຮຽນຂອງຕົນເອງ. 

ຖ້ານ້ອງໆມີຄຳຖາມ ຫຼື ຕ້ອງການປຶກສາແບບສ່ວນຕົວສາມມາດຕິດຕໍ່ LM Education, ທາງເຮົາຍິນດີໃຫ້ຄຳປຶກສາ ແລະ ຊ່ວຍນຳທາງໃນທຸກຂັ້ນຕອນ.