ໂອກາດດີໆມາເຖິງແລ້ວສຳຫຼັບນັກຮຽນ ທີ່ສົນໃຈຢາກໄປຮຽນຕໍ່ຢູໂຣບ
ທາງ LM Education ໃຫ້ຄໍາປຶກສາສໍາລັບນັກຮຽນລາວ ທີ່ຢາກໄປສຶກສາຕໍ່ເຢຍລະມັນ
"Study in Germany Consultant for Lao Students"
5 ເຫດຜົນສຳຄັນ ທີ່ເຮັດໃຫ້ການຮຽນຕໍ່ທີ່ປະເທດເຢຍລະມັນແມ່ນທາງເລືອກທີ່ດີ:
ຄ່າຮຽນທີ່ບໍ່ແພງ ຫຼື ອາດຈະຟຣີ
ໂຮງຮຽນມະຫາວິທະຍາໄລລັດສ່ວນໃຫຍ່ໃນເຢຍລະມັນ ບໍ່ມີຄ່າຮຽນສຳລັບນັກຮຽນຕ່າງປະເທດ.
ມະຫາໄລສ່ວນໃຫຍ່ຄ່າຮຽນແມ່ນມີພຽງແຕ່ €1000 - €2000 / ປີ
ໄດ້ຮັບການສຶກສາທີ່ມີຄຸນນະພາບສູງ ແຕ່ຈ່າຍບໍ່ແພງ.
2. ຕ້ອນຮັບນັກຮຽນຕ່າງປະເທດ (English Program)
ມີຫຼາຍໆສາຂາທີ່ສອນເປັນ ພາສາອັງກິດ, ໂດຍສະເພາະໃນລະດັບປະລິນຍາໂທ ແລະ ສາຂາໃນປະລິນຍາຕີ.
ມີນັກຮຽນຕ່າງປະເທດຫຼາຍກວ່າ 400,000 ຄົນ ຮຽນຢູ່ໃນເຢຍລະມັນ.
3. ການສຶກສາທີ່ມີຄຸນນະພາບສູງ
ມະຫາວິທະຍາໄລຊື່ດັງຫຼາຍໃນເຢຍລະມັນ ເຊັ່ນ LMU Munich, Heidelberg, TU Berlin...
ຜູ້ນຳດ້ານວິທະຍາສາດ, ວິສະວະກຳ, ສາທາລະນະສຸກ ແລະ ນັກທຸລະກິດ.
ນັກຮຽນສາມາດເຂົ້າຮ່ວມໃນໂຄງການວິໄຈໄດ້.
4. ສາມາດເຮັດວຽກໄດ້ໃນຂະນະທີ່ເປັນນັກຮຽນ
ນັກຮຽນຕ່າງປະເທດທີ່ມີວີຊ່ານັກຮຽນ ສາມາດເຮັດວຽກໄດ້ເຕັມເວລາ120ມື້/ປີ(full time) ຫຼື ແບບເຄິ່ງເວລາ 240ມື້/ປີ(part time) ຢ່າງຖືກກົດຫມາຍ.
ແຮງງານຂັ້ນຕໍ່າຢູ່ທີ່ €12~/ ຊົ່ວໂມງ ສຳຫຼັບວີຊ່ານັກຮຽນທີ່ຖືກກົດໜາຍ (ອີງຕາມປີ 2025)
5. ໂອກາດໃນອະນາຄົດທີ່ກວ້າງໄກ
ຫຼັງຮຽນຈົບ, ນັກຮຽນສາມາດຂໍຢູ່ຕໍ່ໃນເຢຍລະມັນໄດ້ອີກ 18 ເດືອນ ເພື່ອຫາວຽກເຮັດ.
ຫາກໄດ້ວຽກເຮັດ ສາມາດຂໍຢູ່ຖາວອນ ຫຼື ຂໍສັນຊາດໄດ້ໃນອະນາຄົດ.
ລະດັບການສຶກສາສຳຫຼັບຜູ້ທີ່ສົນໃຈຢາກໄປຮຽນຕໍ່ ໃນເຢຍລະມັນ
ປະລິນຍາຕີ (Bachelor's Degree) ໃຊ້ເວລາຮຽນ 3 ຫາ 4 ປີ.
ປະລິນຍາໂທ (Master's Degree) ໃຊ້ເວລາຮຽນ 1.5 ຫາ 2 ປີ.
ຫຼັກສູດພາສາ (Language Courses) ພາສາເຢຍລະມັນ ຫຼື ພາສາອັງກິດ ເພື່ອການກຽມຄວາມພ້ອມກ່ອນເຂົ້າຮຽນຫຼັກສູດໃຫຍ່.
ຫຼັກສູດພື້ນຖານ (Studienkolleg) ສຳຫຼັບຜູ້ທີ່ຢາກເຂົ້າຮຽນຕໍ່ໃນສາຍພາສາເຢຍລະມັນ.
ຂໍ້ມູນກ່ຽວກັບການໄປຮຽນຕໍ່ທີ່ເຢຍລະມັນ ປີ2025
ເງື່ອນໄຂທີ່ຕ້ອງມີ
ອາຍຸ 18 ປີຂຶ້ນໄປ (ຈົບຊັ້ນມັດທະຍົມສຶກສາ).
ບໍ່ຈໍາເປັນຕ້ອງມີພື້ນຖານພາສາເຢຍລະມັນ.
ຄະແນນ IELTS 6.0 (ສຳຫຼັບ English Program).
ເງິນໃນບັນຊີທະນະຄານບໍ່ຫຼຸດ 14,000 ໂດລາ.
ຄະແນນຈົບຊັ້ນມັດທະຍົມຕ້ອງສູງ ຫຼື ບໍ່ຕໍ່າເກີນເກນ ສຳຫຼັບຄົນທີ່ຈະເຂົ້າຮຽນຕໍ່ປະລິນຍາຕີ.
ຄ່າຮຽນສຳຫຼັບກຽມພາສາພື້ນຖານ (A1)
ຄ່າຮຽນ + ປະກັນສຸຂະພາບ 36 ອາທິດ = €5700 (~8months)
ຄ່າຮຽນ + ປະກັນສຸຂະພາບ 48 ອາທິດ = €7600 (~11months)
*ລາຍຈ່າຍສຳຄັນຕໍ່ເດືອນ (ຄ່າເຊົ່າຫ້ອງ, ຄ່າກິນ, ຄ່າໂທລະສັບ...) = ~€850 - €1200
*ໂຮງຮຽນຕັ້ງຢູ່ ເມືອງ Berlin, Germany
ວັດທະນະທຳຂອງເຢຍລະມັນແມ່ນການປະສົມປະສານທີ່ມີຄວາມລຶກຊຶ້ງຂອງຄວາມຫຼາກຫຼາຍຂອງພາກພື້ນ, ມໍຣະດົກທາງປະຫວັດສາດ, , ແລະ ການປະດິດຄິດຄົ້ນສະໄໝໃໝ່. ວັດທະນະທຳນີ້ໄດ້ຮັບອິດທິພົນຈາກການມີສ່ວນຮ່ວມ ໃນດ້ານປັນຍາ, ສິລະປະ ແລະ ວິທະຍາສາດ ມາຫຼາຍສະຕະວັດ. ປະຊາກອນເຢຍລະມັນໂດຍທົ່ວໄປມີຄວາມເປັນລະບຽບ, ຕົງເວລາ, ແລະ ຮັບຜິດຊອບສູງ, ເຊິງສະທ້ອນອອກໃນການເຮັດວຽກ ແລະ ລະບົບສັງຄົມຂອງພວກເຂົາ. ພວກເຂົາເອົາໃຈໃສ່ຄຸນນະພາບຂອງຊີວິດ, ຄວາມຍືນຍົງທາງສິ່ງແວດລ້ອມ ແລະ ການອະນຸລັກວັດທະນະທຳ. ໃນຊີວິດປະຈຳວັນ, ຄົນເຢຍລະມັນມັກຄວາມເປັນສ່ວນຕົວ, ການສື່ສານຢ່າງຊັດເຈນ ແລະ ຄວາມເຄົາລົບເຊິ່ງກັນແລະກັນ. ສ່ວນໃນລະບົບການສຶກສາ ແລະ ສາທາລະນະສຸກ ເຢຍລະມັນໄດ້ໃຫ້ຄວາມສຳຄັນສູງ.
ນັກປັນຍາເຢຍລະມັນຊື່ດັງຫຼາຍຄົນເຊັ່ນ Immanuel Kant, Friedrich Nietzsche ແລະ Karl Marx, ລວມທັງນັກດົນຕີ Classic ໃນປະຫວັດສາດຢ່າງ Bach, Beethoven ແລະ Wagner. ວັນນະຄະດີ ແລະ ສິລະປະມີບົດບາດສຳຄັນໃນອົງປະກອບຂອງວັດທະນະທຳເຢຍລະມັນ, ດ້ວຍນັກປະພັນທີ່ມີຊື່ສຽງເຊັ່ນ Goethe ແລະ Franz Kafka. ສ່ວນໃນຄວາມທັນສະໄຫມ, ເຢຍລະມັນແມ່ນຜູ້ນຳໃນດ້ານສິ່ງແວດລ້ອມ, ວິສາຫະກິດ ແລະ ເທັກໂນໂລຊີ, ມີຍີ່ຫໍ້ດັງໆເຊັ່ນ BMW, Mercedes-Benz, Siemens ແລະ Bosch.
ໃນງານປະເພນີພື້ນເມືອງທີ່ເຢຍລະມັນມັກຈັດຂຶ້ນແຕ່ລະມີກໍ່ຈະມີ "Oktoberfest" ທີ່ Munich, "Karneval" ທີ່ Cologne, ແລະ ຕະຫຼາດຄຣິດສະມາດທົ່ວປະເທດ. ອາຫານເຢຍລະມັນມັກເປັນຈານໜັກ ແລະ ມີຄວາມແຕກຕ່າງຕາມພາກພື້ນ, ໂດຍມີຈານຍອດນິຍົມເຊັ່ນ ໄສ້ກອກ (Wurst), schnitzel, ແລະ ເຂົ້າຈີ່ເຢຍລະມັນຫຼາຍກວ່າ 300 ປະເພດ. ກິລາແມ່ນສ່ວນຫນຶ່ງທີ່ຂາດບໍ່ໄດ້, ໂດຍສະເພາະບານເຕະ ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ. ທີມຊາດເຢຍລະມັນເຄີຍຊະນະບານໂລກຫຼາຍຄັ້ງ. ຄວາມປະສົມປະສານລະຫວ່າງປະເພນີເກົ່າ ແລະ ຄວາມທັນສະໄໝເຮັດໃຫ້ວັດທະນະທຳເຢຍລະມັນມີຄວາມເຂັ້ມແຂງ, ມີຄວາມຫຼາກຫຼາຍ ແລະ ມີຄວາມໄວໃນການປັບຕົວໃນໂລກທັນສະໄໝ.
ເຢຍລະມັນຍັງເປັນຈຸດໝາຍປາຍທາງທີ່ນິຍົມຫຼາຍສໍາລັບນັກສຶກສາຕ່າງປະເທດ. ມະຫາວິທະຍາໄລຂອງເຂົາໂດດເດັ່ນດ້ວຍມາດຕະຖານສູງ, ໂຄງການວິໄຈຂັ້ນສູງ ແລະ ຫຼັກສູດຫຼາຍແຫ່ງທີ່ສອນທັງໃນພາສາເຢຍລະມັນ ແລະພາສາອັງກິດ. ມະຫາວິທະຍາໄລລັດຈຳນວນຫຼາຍບໍ່ເກັບຄ່າຮຽນ ຫຼື ເກັບບໍ່ຫຼາຍ ບໍ່ວ່າຈະເປັນນັກສຶກສາຕ່າງຊາດກໍຕາມ, ເຮັດໃຫ້ການສຶກສາໃນເຢຍລະມັນເຂົ້າເຖິງໄດ້ງ່າຍ. ສະຖາບັນຊື່ດັງເຊັ່ນ Technical University of Munich, Heidelberg University ແລະ LMU Munich ໄດ້ຮັບການຍອມຮັບໃນລະດັບໂລກ. ການສຶກສາໃນປະເທດນີ້ເປີດກວ້າງ, ໃຫ້ຄວາມເປັນອິດສະຫຼະ ແລະ ຄວາມຄິດສ້າງສັນ. ນັກສຶກສາຢູ່ໃນສິ່ງແວດລ້ອມທີ່ປອດໄພ, ມີລະບົບຂົນສົ່ງສາທາລະນະທີ່ດີ ແລະ ຈະໄດ້ຮັບປະສົບການດ້ານວັດທະນະທຳຢ່າງຫຼາກຫຼາຍລະຫວ່າງການຮຽນ.
ສະພາບອາກາດໃນເຢຍລະມັນແຕກຕ່າງຈາກລາວຫຼາຍ, ປະເທດນີ້ມີ 4 ລະດູການທີ່ແຕກຕ່າງກັນຄື: ລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ລົ່ນ ແລະ ລະດູໜາວ, ໂດຍແຕ່ລະດູມີ ອາກາດ ແລະ ອຸນຫະພູມທີ່ຕ່າງກັນ, ດັ່ງນັ້ນນັກຮຽນລາວທີ່ມີແຜນຈະໄປສຶກສາຕໍ່ທີ່ນັ້ນຄວນຈັດການເຕັມພ້ອມສຳລັບການປ່ຽນແປງຂອງດິນຟ້າອາກາດ; ໃນລະດູໃບໄມ້ປົ່ງ (ເດືອນມີນາ–ພຶດສະພາ) ມັກຈະເຢັນ ແລະ ຝົນຕົກເລັກນ້ອຍ ດ້ວຍອຸນຫະພູມປະມານ 8-18 ອົງສາ, ລະດູຮ້ອນ (ເດືອນມິຖຸນາ-ສິງຫາ) ມີອາກາດອົບເອົ້າ ຫຼື ຮ້ອນ ດ້ວຍອຸນຫະພູມປະມານ 20-35 ອົງສາ, ລະດູໃບໄມ້ລົ່ນ (ກັນຍາ-ພະຈິກ) ເປັນລະດູທີ່ເຢັນ ແລະ ງາມ ອຸນຫະພູມຢູ່ໃນຊ່ວງ 10-18 ອົງສາ, ແລະ ລະດູໜາວ (ທັນວາ-ກຸມພາ) ແມ່ນໜາວຫຼາຍ, ບາງເທື່ອອາດຈະມີຫິມະຕົກ ແລະ ມີອຸນຫະພູມຢູ່ລະຫວ່າງ -5 ຫາ 5 ອົງສາ, ເຊິ່ງນັກຮຽນຈຳເປັນຕ້ອງມີເສື້ອຜ້າຫນາ, ຖົງມື, ໝວກ ແລະ ອຸປະກອນອຸ່ນໆເພື່ອຄຸ້ມກັນອາກາດເວລາຢູ່ຂ້າງນອກ, ພິເສດສໍາລັບຄົນທີ່ບໍ່ເຄີຍພົບກັບອາກາດໜາວຫຼາຍມາກ່ອນ.
ເຢຍລະມັນ ເປັນປະເທດທີ່ມີຊື່ສຽງໃນດ້ານວິສະວະກຳ, ມໍລະດົກທາງວັດທະນະທຳ ແລະ ຄວາມກ້າວໜ້າທາງເທັກໂນໂລຊີ, ເປັນປະເທດທີ່ໃຫ້ຄວາມສຳຄັນຢ່າງສູງຕໍ່ການສຶກສາ. ເປັນທີ່ຕັ້ງຂອງມະຫາວິທະຍາໄລຊື່ດັງຫຼາຍແຫ່ງ ແລະ ໂຄງການຮຽນຫຼາຍໆສາຂາ ໂອກາດໃນການຄົ້ນຄວ້າຢ່າງກວ້າງຂວາງ. ຂໍ້ມູນເພີ່ມຕື່ມ