ສາມາດລົງທະບຽນໄດ້ແລ້ວມື້ນີ້ກັບທາງ LM Education ຕົວແທນສຳຫຼັບນັກຮຽນລາວ ຢ່າງເປັນທາງການ!
PSB Academy ແມ່ນໂຮງຮຽນເອກະຊົນຊັ້ນນຳຂອງສິງກະໂປ ທີ່ມີປະຫວັດການຍາວນານກວ່າ 60 ປີ. ເປັນສະຖາບັນສຶກສາທີ່ໃຫ້ຄວາມສຳຄັນກັບທັກສະໃນການເຮັດວຽກ ແລະ ຄວາມຮູ້ທີ່ທັນສະໄໝ ສຳລັບນັກຮຽນຈາກທົ່ວໂລກ.
ປັດຈຸບັນ PSB ຮ່ວມມືກັບມະຫາວິທະຍາໄລຊັ້ນນຳຈາກອັງກິດ, ອອສເຕຣເລຍ ແລະ ອີກຫຼາຍປະເທດ ເຮັດໃຫ້ນັກຮຽນໄດ້ຮຽນຫຼັກສູດມາດຕະຖານສາກົນ ແລະ ຈົບດ້ວຍໃບປະກາດຈາກມະຫາວິທະຍາໄລຕ່າງປະເທດນັ້ນເລີຍ ໂດຍທີ່ບໍ່ຕ້ອງໄປຮຽນໄກ ຫຼື ໃຊ້ຄ່າໃຊ້ຈ່າຍສູງ.
PSB ມີຄວາມໂດ່ດເດັ່ນຫຼາຍໃນດ້ານ STEM (ວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳ ແລະ ຄະນິດສາດ) ເຊິ່ງແມ່ນຄວາມຮູ້ທີ່ເປັນທີ່ຕ້ອງການຢ່າງຫຼາຍໃນຕະຫຼາດແຮງງານທົ່ວໂລກ. ບໍ່ວ່າຈະເປັນ IT, ວິສະວະກຳ, ການວິເຄາະຂໍ້ມູນ ມະຫາໄລນີ້ມີຫຼັກສູດເພື່ອໃຫ້ນັກຮຽນພ້ອມສຳລັບອະນາຄົດການເຮັດວຽກແບບມືອາຊີບ.
ຫຼັກສູດຂອງ PSB ຍັງຖືກອອກແບບໃຫ້ສາມາດຮຽນຈົບໄດ້ໄວກວ່າປົກກະຕິ. ໂດຍນ້ອງໆສາມາດຈົບປະລິນຍາຕີໄດ້ໃນໄລຍະ 2.5-3 ປີເທົ່ານັ້ນ
ນອກເໜືອຈາກການຮຽນ PSB ຍັງຕັ້ງໃນໃຈກາງຂອງສິງກະໂປ ເມືອງທີ່ປອດໄພ ສະອາດ ແລະ ທັນສະໄໝ. PSB ລວມທັງໝົດມີ 3 ສາຂາ ແລະ ກຳລັງຈະມີສາຂາທີ່ 4 ໃນໄວໆນີ້.
ສຸດທ້າຍ PSB ມີຄວາມຮ່ວມມືຢ່າງແໜ້ນຫນາກັບພາກອຸດສາຫະກຳ ເຊິ່ງສ້າງໂອກາດໃນການຝຶກງານ, ຕິດຕໍ່ງານ, ແລະ ໄດ້ວຽກງານໃນອະນາຄົດໃຫ້ກັບນັກຮຽນ.
PSB Academy ບໍ່ແມ່ນແຕ່ສະຖາບັນທີ່ໃຫ້ວິຊາຄວາມຮູ້ຢ່າງດຽວ ແຕ່ແມ່ນຈຸດເລີ່ມຕົ້ນຂອງຄວາມຝັນ, ອະນາຄົດ ແລະ ເຕັມໄປດ້ວຍໂອກາດ.
ສິ່ງອໍານວຍຄວາມສະດວກທີ່ City Campus (Main Wing) ຂອງ PSB Academy
- ຫ້ອງບັນຍາຍ
- ຫ້ອງສົນທະນາ
- ຫ້ອງປະກອບການຄອມພິວເຕີ
- ທຸລະກິດ
- ໄອທີ
- ວິສະວະກຳ
- ຫ້ອງພັກຜ່ອນນັກສຶກສາ
- ຫ້ອງສະມຸດ
- ຄາເຟ່