ໃນຊ່ວງທີ່ຜ່ານມາ ທາງ LM Education ພວກເຮົາໄດ້ສົ່ງນັກຮຽນຈໍານວນຫຼາຍໄປສຶກສາຕໍ່ທີ່ປະເທດຈີນ ດ້ວຍຜົນຕອບຮັບທີ່ດີ ແລະ ປະສົບການທີ່ຄຸ້ມຄ່າ.
ນັກຮຽນຫຼາຍຄົນທີ່ໄດ້ໄປຮຽນຕໍ່ ກໍໄດ້ຮັບປະສົບການທີ່ດີຢ່າງຫຼາຍ ທັງໃນດ້ານການຮຽນ ແລະ ຊີວິດຄວາມເປັນຢູ່ ລວມທັງໄດ້ພັດທະນາທັກສະດ້ານພາສາຈີນໃນຊ່ວງທີ່ຢູ່ໃນປະເທດ
ເປັນຫຍັງຄົນລາວຈຶ່ງເລືອກໄປຮຽນຕໍ່ປະເທດຈີນ?
ຄົນລາວຈຳນວນຫຼາຍເລືອກໄປຮຽນຕໍ່ທີ່ຈີນເນື່ອງຈາກເຫດຜົນຫຼັກໆ:
ທຶນການສຶກສາ
ລັດຖະບານຈາກຈີນ ແລະ ສະຖາບັນການສຶກສາໃນຈີນ ມີທຶນການສຶກສາສະໜອງໃຫ້ນັກຮຽນຕ່າງປະເທດລວມທັງຄົນລາວ ເຊັ່ນ ທຶນຂອງລັດ, ທຶນຂອງມະຫາວິທະຍາໄລ ແລະ ທຶນຂອງສ່ວນຕົວ.
ຄ່າໃຊ້ຈ່າຍບໍ່ສູງ
ຄ່າຄອງຊີບ ແລະ ຄ່າຮຽນທີ່ຈີນສົມເຫດສົມຜົນ ເທົ່າກັບຄຸນນະພາບທາງການສຶກສາ ເຮັດໃຫ້ຫຼາຍຄົນຖືວ່າຄຸ້ມຄ່າໃນການລົງທຶນ.
ຄວາມສຳພັນລະຫວ່າງລາວ-ຈີນ
ລາວ ແລະ ຈີນ ເປັນປະເທດທີ່ມີຄວາມຮ່ວມມືແບບຖາວອນທັງດ້ານການຄ້າ ແລະ ການສຶກສາ ເຮັດໃຫ້ມີຄວາມສົມບູນໃນການຮັບນັກສຶກສາລາວ.
ພັດທະນາທັກສະພາສາຈີນ
ພາສາຈີນເປັນພາສາທີ່ກໍ່ໃຫ້ເກີດໂອກາດໃນການເຮັດວຽກທີ່ກວ້າງຂວາງ ເຊິ່ງຫຼາຍຄົນເລືອກໄປຮຽນເພື່ອພັດທະນາຕົນໃນດ້ານນີ້.
ໂອກາດການຈ້າງງານຫຼັງຈົບ
ຈີນມີບໍລິສັດ ແລະ ອົງການຕ່າງໆທີ່ເປີດຮັບຜູ້ສຳເລັດການສຶກສາຈາກມະຫາວິທະຍາໄລຂອງຈີນ ສົມທົບກັບຄົນທີ່ຈົບຈາກຈີນມາເຮັດໃຫ້ເຂົ້າໃຈພາສາ ແລະ ວັດທະນະທຳຈີນໄດ້ຢ່າງດີ.
ເອກະສານທີຕ້ອງປະກອບ:
Passport ລາວ (ສັນຊາດລາວ)
ອາຍຸ 18ປີ ຂື້ນໄປ ຫຼື ບໍ່ເກີນ 23ປີ ສໍາລັບປະລິນຍາຕີ
ນັກສຶກສາມີສຸຂະພາບແຂງແຮງ (ໃບກວດສຸຂະພາບ) ບໍ່ມີພະຍາດຕິດແປດ ( ໄວລັດຕັບອັກເສບB, C ແລະ ອື່ນໆ)
ໃບປະກາດຈົບມ7 (ພາສາລາວ ແລະ ພາສາອັງກິດ)
ໃບຄະແນນ ມ5, ມ6 ແລະ ໃບຄະແນນຈົບ ມ7 (ຄະແນນສະເລ່ຍບໍ່ຫຼຸດ7)
ຊີວະປະຫວັດຫຍໍ້ນັກຮຽນ
ໃບກວດສຸຂະພາບ
ໃບແຈ້ງໂທດ
ໃບຢັ້ງຢືນຖານະການເງິນຂອງຜູ້ປົກຄອງບໍ່ຫຼຸດ $5000
ໃບຍ້ອງຍໍ (ຖ້າມີ)
ໜັງສືຢັ້ງຢືນຈາກອາຈານ ແລະ ຄະນະອຳນວຍການໂຮງຮຽນ 2ໃບ
ຕ້ອງປະຕິບັດຕາມລະບຽບ ແລະ ກົດໝາຍຂອງລັດຖະບານຈີນ
ກຳໜົດການຮັບສະໝັກ
ແຕ່ລະມະຫາວິທະຍາໄລຈະມີເວລາການຮັບສະໝັກທີ່ແຕກຕ່າງກັນ.
ເລີ່ມຕັ້ງແຕ່ຊ່ວງທ້າຍປີ ຈົນເຖິງທ້າຍເດືອນພຶດສະພາ ຂອງແຕ່ລະປີ.
ເປີດເທີມ: ເດືອນກັນຍາ ຂອງແຕ່ລະປີ.
*ການປະກາດຜົນຈະແຕກຕ່າງກັນ ຂຶ້ນກັບປະເພດຂອງທຶນ
ນັກແປພາສາຈີນ
ຜູ້ຖ່າຍທອດສຽງພາສາຈີນ
ນັກຂຽນຄຳບັນຍາຍ
ຄູສອນພາສາຈີນ
ທະນາຍຄວາມ
ຫົວໜ້າຝ່າຍປະຕິບັດງານໃນສຳນັກງານບໍລິສັດ
ນັກວິເຄາະວິໄຈ
ຜູ້ຊ່ຽວຊານຂາຍ ແລະ ການຕະຫຼາດ
ຕົວແທນສິນຄ້າ / ຕົວແທນຍີ່ຫໍ້
ນັກຂ່າວສາຍຈີນ
ວຽກງານກ່ຽວກັບການທ່ອງທ່ຽວ
ການເຮັດວຽກໃນສະຖານທູດ ແລະ ສະຖານກົງສູນ
ພະນັກງານຕ້ອນຮັບເຄື່ອງບິນ ແລະ ງານດ້ານການບິນ
ຜູ້ສ້າງເນື້ອຫາໃນພາສາຈີນ
ຂຽນບລ໋ອກກ່ຽວກັບພາສາຈີນ ແລະ ສ້າງລາຍຮັບ
ວຽກງານໃນບໍລິສັດຈີນ
ບໍລິສັດສົ່ງອອກ ແລະ ການຄ້າລະຫວ່າງປະເທດ
ຜູ້ຊ່ຽວຊານພາສາຈີນໃນວົງການບໍລິການ / ໂຮງແຮມ
ວຽກງານໃນວົງການໄອທີ (IT)