ຂໍ້ມູນດີໆກ່ອນໄປຮຽນຕໍ່ທີ່ປະເທດມາເລເຊຍ
ມາເລເຊຍແມ່ນປະເທດທີ່ນິຍົມ ແລະ ມີຄ່າໃຊ້ຈ່າຍທີ່ປະຫຍັດ ສໍາລັບນັກຮຽນລາວທີ່ຈະໄປສຶກສາຕໍ່. ປະເທດນີ້ມີຫຼັກສູດທີ່ໄດ້ຮັບການຮັບຮອງສາກົນ, ໂຮງຮຽນທີ່ທັນສະໄໝ ແລະ ສອນໃນພາສາອັງກິດ. ມະຫາວິທະຍາໄລຫຼາຍແຫ່ງມີການຮ່ວມມືກັບສະຖາບັນຈາກອັງກິດ, ອອສເຕຣເລຍ ແລະ ອາເມຣິກາ, ໃຫ້ນັກຮຽນລາວສາມາດໄດ້ປະລິນຍາຕີສາກົນ ໂດຍບໍ່ຕ້ອງຈ່າຍຫຼາຍ. ຄ່າໃຊ້ຈ່າຍດ້ານການດໍາລົງຊີວິດ ແລະ ຄ່າຮຽນກໍ່ຖືວ່າປະຫຍັດຫຼາຍໆກວ່າປະເທດອື່ນ ແລະ ສິ່ງແວດລ້ອມທີ່ມີຫຼາກຫຼາຍຊາດ ເຮັດໃຫ້ນັກຮຽນລາວສາມາດປັບຕົວໄດ້ງ່າຍ.
ໂຮງຮຽນທີ່ນິຍົມສຳຫຼັບນັກຮຽນລາວ
SEGi University
UCSI University
INTI International University
Taylor's University
Asia Pacific University (APU)
ຄ່າໃຊ້ຈ່າຍໂດຍລວມ:
ຄ່າຮຽນ $2000 - $10000/ ປີ
ຄ່າທີ່ພັກ $150 - $250/ເດືອນ
ຄ່າໃຊ້ຈ່າຍຊີວິດປະຈຳວັນ $150 - $250/ເດືອນ
ຂັ້ນຕອນການສະໝັກ:
ເລືອກສາຂາ
ຄະແນນ IELTS ຂັ້ນຕໍ່າ 5.0
ໃບປະກາດມັດທະຍົມຈົບ ມໍ.7
ໜັງສືເດີນທາງ (Passport)
ໃບກວດສຸຂະພາບ
*ໝາຍເຫດຖ້າທ່ານຍັງບໍ່ມີຄະແນນ IELT ສາມາດຮຽນ English Course ກ່ອນໄດ້ ເພື່ອຢື່ນຕໍ່ມະຫາໄລ.