DIPLOMA
ຜູ້ທີ່ສົນໃຈການຮຽນ Diploma ໃນສາຂາ Tourism and Hospitality Management (PSB Academy) ວິຊານີ້ ທ່ານສາມາດເລືອກຮຽນໄດ້ໃນໄລຍະເວລາ 12 ເດືອນ. Diploma ຂອງ PSB Academy ສາຂາ Tourism and Hospitality Management ນີ້ຖືກພິຈາລະນາໃຫ້ເປັນຫນຶ່ງໃນຫຼັກສູດທີ່ມີຄຸນນະພາບສູງທີ່ສຸດໃນສິງກະໂປ.
ຄ່າຮຽນສຳລັບ Diploma ໃນສາຂາ Tourism and Hospitality Management ທີ່ PSB Academy ແມ່ນຢູ່ທີ່ປະມານ ~SGD 12,225.
Bachelor of Arts (Hons) in International Hospitality and Tourism Management Coventry University, UK
ຫຼັກສູດນີ້ແມ່ນຫຼັກສູດປະລິນຍາຕີ (ກຽດນິຍົມ) ດ້ານການຈັດການດ້ານໂຮງແຮມ ແລະ ການທ່ອງທ່ຽວນານາຊາດ ທີ່ຈັດສອນໂດຍ Coventry University ປະເທດອັງກິດ ໃຫ້ໂອກາດນັກສຶກສາເຂົ້າຮຽນໃນ ປີທີ 2 (Year 2 Entry) ຫຼັງຈາກຈົບຫຼັກສູດ Diploma in Tourism and Hospitality Management ຂອງ PSB Academy ຫຼື ຫຼັກສູດທີ່ມີເນື້ອຫາສອດຄ່ອງກັນ.
ດ້ວຍການເຂົ້າຮຽນປີ 2, ນັກສຶກສາຈະສາມາດລົດເວລາການຮຽນປະລິນຍາຕີລົງໄດ້ ແລະ ດໍາເນີນການຮຽນຕໍ່ໄປຢ່າງມີປະສິດທິພາບ. ຫຼັກສູດນີ້ຈະມຸ່ງເນັ້ນທັກສະການບໍລິຫານ, ການວາງແຜນການທ່ອງທ່ຽວ, ການຕະຫຼາດສາກົນ, ຄວາມເຂົ້າໃຈວັດທະນະທໍາ ແລະ ການໃຫ້ບໍລິການລູກຄ້າຢ່າງມືອາຊີບ ທີ່ເຫມາະກັບວົງການໂຮງແຮມ ແລະ ການທ້ອງທ່ຽວສະໄຫມໃໝ່.
"Dual Award" ການຮັບຮອງປະກາດນິຕິບັດ 2 ໃບ. ນັກສຶກສາທີ່ຈົບຫຼັກສູດນີ້ຈະໄດ້ຮັບປະກາດນິຕິບັດ 2 ໃບ:
ໃບຈາກ PSB Academy (Singapore)
ໃບຈາກ Coventry University (United Kingdom)
ນັ້ນໝາຍຄວາມວ່າ ນັກສຶກສາຈະມີວຸດທີ່ຮັບຮອງທັງຈາກສະຖາບັນສິງກະໂປ ແລະ ມະຫາວິທະຍາໄລອັງກິດ ເຊິ່ງເພີ່ມມູນຄ່າໃຫ້ແກ່ປະຫວັດການສຶກສາ ແລະ ໂອກາດການຫາວຽກທັງໃນປະເທດ ແລະ ຕ່າງປະເທດ.
ຄ່າຮຽນສຳລັບ ປະລິນຍາຕີ Coventry University, UK ໃນສາຂາ Tourism and Hospitality Management ທີ່ PSB Academy ແມ່ນຢູ່ທີ່ປະມານ ~SGD 36,000/ຈົນຈົບ.
ຈຸດເດັ່ນ:
ຫຼັກສູດນີ້ແມ່ນຖືກອອກແບບຂື້ນເພື່ອໃຫ້ນັກສຶກສາໄດ້ຮຽນຮູ້ເຖິງຄວາມເຂົ້າໃຈພື້ນຖານກ່ຽວກັບການທ້ອງທ່ຽວ, ສະຖານທີ່ພັກຜ່ອນ ແລະ ໂຮງແຮມ, ລວມທັງທັກສະການຈັດການພື້ນຖານທີ່ຈໍາເປັນ ສໍາລັບການບໍລິຫານ ແລະ ພັດທະນາທຸລະກິດການທ່ອງທ່ຽວ ຫຼື ທຸລະກິດການພັກຜ່ອນອື່ນໆ.
ໃນທ້າຍຫຼັກສູດ, ນັກສຶກສາຈະສາມາດເຂົ້າໃຈໄດ້ເຖິງບົດບາດ ແລະ ຄວາມສໍາຄັນຂອງຜູ້ມີສ່ວນຮ່ວມຕ່າງໆ ໃນລະບົບການທ່ອງທ່ຽວ ແລະ ອຸດສາຫະກຳໂຮງແຮມ, ພ້ອມທັງຮັບຮູ້ພື້ນຖານການຕະຫຼາດ ແລະ ການຈັດການທຸລະກິດໃນຂັ້ນຕົ້ນ.
*ສຳຫຼັບນັກສຶກສາທີ່ສົນໃຈ ສາມາດສົ່ງໃບສະໝັກກ່ອນວັນເປີດເທີມ.