Foundation Diploma in Life Sciences ເປັນຫຼັກສູດພື້ນຖານທີ່ຖືກອອກແບບມາເພື່ອປູທາງໃຫ້ນັກຮຽນທີ່ມີຄວາມຝັນຈະເຂົ້າສູ່ສາຂາວິທະຍາສາດ ທີ່ສຶກສາ ກ່ຽວກັບ ສິ່ງທີ່ມີຊີວິດ (Life Sciences) ໃນລະດັບອຸດົມສຶກສາ. ຫຼັກສູດນີ້ໃຫ້ຄວາມຮູ້ພື້ນຖານ ດ້ານຊີວະສາດ, ເຄມີ, ຄະນິດສາດ, ແລະ ທັກສະດ້ານວິຊາຊີບທີ່ຈໍາເປັນ ເພື່ອໃຫ້ນັກຮຽນສາມາດຕໍ່ຍອດໄປສູ່ຫຼັກສູດ Diploma ແລະ Bachelor ໃນສາຂາເຊັ່ນ ຊີວະໂມເລກຸນ, ຊີວະເຄມີ, ຊີວະສາດ ຫຼື ການແພດ.

ໂດຍທົ່ວໄປ, ຫຼັກສູດນີ້ເປັນຈຸດເລີ່ມຕົ້ນທີ່ດີສໍາລັບນັກຮຽນທີ່ຍັງບໍ່ພ້ອມເຂົ້າສູ່ຫຼັກສູດລະດັບປະລິນຍາ ແຕ່ຕ້ອງການພັດທະນາຄວາມຮູ້ພື້ນຖານໃຫ້ແຂງແຮງກ່ອນ. ນັກຮຽນທີ່ສໍາເລັດຈາກຫຼັກສູດນີ້ ມັກຈະມີທາງເລືອກໃນການເຂົ້າຮຽນຕໍ່ໃນຫຼັກສູດລະດັບ Diploma ຫຼື ປະລິນຍາຕີຂອງສາຂາຊີວະວິທະຍາໄດ້ຢ່າງຮຽບງ່າຍ.