Explore the World, Expand Your Mind
Explore the World, Expand Your Mind
"A World of Knowledge Awaits."
ໝາຍເຫດ: ຕັ້ງແຕ່ວັນທີ 09 ມິຖຸນາ 2025 ສະຫະລັດອາເມລິກາໄດ້ອອກກົດໝາຍໃໝ່ທີ່ຈຳກັດການຂໍວີຊ່າເຂົ້າປະເທດໃນບາງປະເທດ ແລະ ປະເທດລາວເປັນໜຶ່ງໃນນັ້ນ. ທາງເຮົາຫວັງວ່າອາດມີການປ່ຽນແປງໃນອານາຄົດ ຖ້າມີການປ່ຽນແປງເມື່ອໃດ ພວກເຮົາຈະແຈ້ງທ່ານທັນທີ.
ໃນຂະນະນີ້ ພວກເຮົາຂໍແນະນໍາໃຫ້ທ່ານພິຈາລະນາປະເທດອື່ນທີ່ເປີດຮັບນັກຮຽນຕ່າງປະເທດ ແລະ ມີທຶນການສຶກສາ ເຊັ່ນ: ປະເທດຈີນ, ປະເທດສິງກະໂປ, ປະເທດເຢຍລະມັນ ກັບທາງ LM.
ເອກະສານທີ່ຕ້ອງຕຽມໃຫ້ຄົບ
ສໍາລັບຜູ້ທີ່ຢາກຮຽນຕໍ່ U.S.A
ນ້ອງໆຈະຕ້ອງມີ ຄຸນນະສົມບັດຕາມທີ່ມະຫາວິທະຍາໄລກໍານົດ ເຊິ່ງແຕ່ລະແຫ່ງອາດມີເງື່ອນໄຂທີ່ແຕກຕ່າງກັນ ແຕ່ໂດຍລວມແລ້ວແມ່ນໃກ້ຄຽງກັນ. ໃຊ້ເວລານີ້ມາເບິ່ງກັນເລີຍດີວ່າ ເອກະສານ ແລະ ຂໍ້ມູນ ທີ່ນ້ອງໆຈຳເປັນຕ້ອງຕຽມມີຫຍັງແນ່. ເພື່ອພ້ອມໄປສູ່ການຮຽນຕໍ່ໃນຝັນໃຫ້ສໍາເລັດ!
ຜົນສອບພາສາອັງກິດ (TOEFL / IELTS)
ໃບສະແດງຜົນການຮຽນ (Transcript)
ຈົດໝາຍແນະນໍາ (Recommendation Letters)
ໃບຮັບຮອງຈົບການສຶກສາ (Certificate of Completion)
ຈົດໝາຍແນະນໍາຕົນເອງ (Personal Statement / Essay)
ສໍາເນົາຫນັງສືເດີນທາງ (Passport Copy)
ຫຼັກຖານການເງິນ (Bank Statement / Scholarship Letter)
ໃບຮັບຮອງການເງິນ (Declaration of Finances / Affidavit of Support)
ການສຶກສາໃນສະຫະລັດອາເມລິກາແມ່ນໄດ້ຮັບການຮັບຮອງວ່າເປັນລະບົບທີ່ມີຄຸນນະພາບ ແລະ ມີຊື່ສຽງໃນລະດັບໂລກ. ສະຫະລັດແມ່ນທີ່ຕັ້ງຂອງມະຫາວິທະຍາໄລຊັ້ນນໍາຫຼາຍແຫ່ງ ທີ່ຕິດອັນດັບ World University Rankings ດ້ວຍລະບົບການສອນທີ່ທັນສະໄໝ ແລະ ມີນະວັດຕະກຳ. ແມ່ນວ່າຂັ້ນຕອນການຮຽນຕໍ່ໃນສະຫະລັດຈະມີຄວາມທ້າທາຍ ແລະ ຫຼັກສູດທີ່ Advance ແລະ ຫຼາກຫຼາຍ ແຕ່ການໄດ້ໄປຮຽນຕໍ່ທີ່ນັ້ນ ຈະເປັນປະສົບການທີ່ຄຸ້ມຄ່າແກ່ນັກສຶກສາທຸກຄົນ.
ການສອນໃນສະຫະລັດບໍ່ໃຊ້ແຕ່ທິດສະດີ ແຕ່ເນັ້ນໃຫ້ນັກຮຽນໄດ້ນຳໄປປະຍຸກໃຊ້ໄດ້ຈິງ. ມະຫາວິທະຍາໄລຈຳນວນຫຼາຍມີຄວາມຮ່ວມມືກັບພາຍນອກ ທັງໂຄງການ ແລະ ນະວັດຕະກຳ ໃຫ້ນັກສຶກສາໄດ້ຮຽນຮູ້ຈາກຂອງຈິງ. ບວກກັບໂອກາດຝຶກງານ OPT (Optional Practical Training) ໄດ້ສູງສຸດ 12-36 ເດືອນຫຼັງຈົບ ຊ່ວຍເປີດທາງໃນການເຮັດວຽກທີ່ຈິງ.
ບໍ່ແມ່ນມີແຕ່ຊາວອາເມລິກັນທີ່ຈະໄດ້ພົບ ແຕ່ຍັງມີນັກສຶກສາຈາກທົ່ວໂລກ. ຊາວອາເມລິກັນແມ່ນຜູ້ອາໄສຈາກຫຼາຍຊາດ ເຮັດໃຫ້ໄດ້ສຳຜັດວັດທະນະທຳແບບຫຼາກຫຼາຍ ຂະຫຍາຍຄວາມເຂົ້າໃຈ ແລະ ກ້າເຂົ້າໄປຢູ່ໃນສັງຄົມທີ່ແຕກຕ່າງ.
ຫຼັກສູດການຮຽນໃນສະຫະລັດຈະແຕກຕ່າງຈາກຫຼາຍປະເທດ ດ້ວຍກິດຈະກໍາ outdoor, ກິລາ, ກຸ່ມຊົນຊົນ ແລະ ວັດທະນະທໍາໃນຊີວິດປະຈໍາວັນ.
ສະຖານທີ່ທ່ອງທ່ຽວໃນສະຫະລັດອາເມລິກາມີຫຼາຍ ທັງໃນເມືອງ ແລະ ສະຖານທີ່ທ່ອງທ່ຽວທາງປະຫວັດສາດທີ່ມີຊື່ສຽງ. ບໍ່ວ່າຈະເປັນນັກທ່ອງທ່ຽວ ຫຼື ຜູ້ອາໄສ ກໍ່ມັກໄປພັກຜ່ອນໃນທີ່ແຫ່ງຕ່າງໆ ທີ່ລ້ອມຮອບໄປດ້ວຍທຳມະຊາດ ແລະ ການປະຈົນໄພ. ສິ່ງນີ້ເຮັດໃຫ້ການດຳລົງຊີວິດຂອງນັກສຶກສາໃນຕ່າງປະເທດເກີດຄວາມສົມດຸນລະຫວ່າງການຮຽນ ແລະ ການພັກຜ່ອນ. ສະຫະລັດເປັນປະເທດທີ່ໃຫ້ຄວາມສໍາຄັນກັບການອະນຸລັກທຳມະຊາດ ແລະ ຖິ່ນອາໄສຂອງສັດປ່າ ດ້ວຍປ່າສະຫງວນແຫ່ງຊາດທີ່ສວຍງາມຫຼາຍຫຼາຍທົ່ວປະເທດ.
ຈຸດປະສົງຫຼັກຂອງການໄປຮຽນຕໍ່ທີ່ສະຫະລັດກໍແມ່ນການໄດ້ໃຊ້ພາສາອັງກິດແບບຊາວອາເມລິກັນ ໃນການສື່ສານ ແລະ ການແລກປ່ຽນຄວາມຄິດເຫັນ. ນັກສຶກສາຈະໄດ້ພັດທະນາທັກສະດ້ານການເວົ້າ ການອະທິບາຍ ແລະ ການສະແດງອອກໂດຍການໃຊ້ພາສາຢ່າງເປັນທາງການ ໂດຍບໍ່ກັງວົນກ່ຽວກັບການໃຊ້ຄໍາຜິດ ຫຼື ນຶກຄໍາບໍ່ອອກ. ນອກຈາກນັ້ນ ຍັງເປັນການຝຶກທັກສະການຟັງ ຈາກສຽງ ແລະ ສໍານຽງຂອງຜູ້ຄົນຈາກຫຼາຍສັນຊາດອີກດ້ວຍ.
San Diego, California