ສາຂານີ້ແມ່ນກ່ຽວກັບການສຶກສາກ່ຽວກັບເທັກໂນໂລຊີທີ່ໃຊ້ໃນການວິນິດໄຊ, ການປ້ອງກັນ, ການຕິດຕາມ ແລະ ການຮັກສາໂລກ, ການບາດເຈັບ ຫຼື ທາງພິການ. "ການວິນິດ" ແມ່ນຂະບວນການທີ່ຜູ້ຊ່ຽວຊານ ຢ່າງແພດ ຫຼື ທີ່ປຶກສາດ້ານສຸຂະພາບ ເຮັດການກວດສອບອາການ ແລະ ວິເຄາະສະພາບຂອງຄົນເຈັບ ເພື່ອຊີ້ບອກວ່າເປັນໂລກຫຍັງ ຫຼື ປັນຫາສຸຂະພາບແນວໃດ. ສ່ວນ "ການຮັກສາ" ແມ່ນຂັ້ນຕອນຕໍ່ໄປທີ່ເຮັດເພື່ອໃຫ້ຄົນເຈັບດີຂຶ້ນ ຫຼືບັນເທົາອາການ.
ເທັກໂນໂລຊີທາງການແພດປະກອບໄປດ້ວຍການໃຊ້ອຸປະກອນ, ເຄື່ອງຈັກ, ເຄື່ອງໃຊ້, ຊອບແວ ຫຼື ວັດຖຸຕ່າງໆໃນຈຸດປະສົງຂອງການວິນິດໄຊ ຫຼື ການຮັກສາ. ສິ່ງນີ້ລວມເຖິງການສອບຖາມປະຫວັດຄົນໄຂ້, ການກວດຮ່າງກາຍ, ການປະເມີນອາການ, ການສະແກນຮູບພາບ (X-Ray), ການກວດເນື້ອຮ້າຍ ແລະ ການຜ່າຕັດ.
ອາຊີບທີ່ກ່ຽວຂ້ອງໄດ້:
ຜູ້ວັດສຽງຂອງການໄດ້ຍິນ (Audiometrist)
ນັກວິຊາການຫົວໃຈແລະເສັ້ນເລືອດ
ຜູ້ຈັດການຂໍ້ມູນທາງຄລິນິກ
ນັກວິທະຍາສາດຫ້ອງປະຕິບັດການ
ຜູ້ຊ່ວຍໃນຫ້ອງະຕິບັດການອາຊະຍາກຳ
ນັກວິເຄາະພັນທຸກະກຳ
ນັກກວດເນື້ອຍ່ອຍ
ຜູ້ປະກອບ ແລະ ສ້າງອຸປະກອນທັນຕະແພດ
ຜູ້ກວດ DNA
ນັກວິເຄາະຫ້ອງປະຕິບັດການເພື່ອພິສູດຫຼັກຖານ
ນັກເທັກໂນໂລຊີທາງການແພດ
ພະນັກງານຊ່ວຍເຫຼືອທາງສຸຂະພາບ
ຜູ້ຊ່ຽວຊານເຄື່ອງມືການໄດ້ຍິນ
ນັກເທັກໂນໂລຊີຫ້ອງປະຕິບັດການ
ນັກຜະລິດອຸປະກອນທາງການແພດ
ນັກເທັກໂນໂລຊີເຊັ່ນເຄື່ອງເລເຊີ້
MRI
ນັກຜະລິດອຸປະກອນການເບິ່ງເຫັນ