ຂະບວນການຜະລິດສາມາດປະກອບດ້ວຍການຫຼໍ່, ຫຼາກ, ການປຽບປ່ຽນ (ເຊັ່ນ ການອົບຄວາມຮ້ອນ ຫຼື ການເຄືອບຜິວ), ການກວດເຊັກຄຸນນະພາບ ໃນລະຫວ່າງ ຫຼື ຫຼັງຈາກການຜະລິດ, ແລະ ການວາງແຜນການຜະລິດກ່ອນລົງມືຜະລິດ. ນອກຈາກນັ້ນ, ທ່ານຕ້ອງຮຽນຮູ້ເພື່ອເຂົ້າໃຈເວລາຜະລິດ, ຕົ້ນທຶນ, ຄຸນນະພາບ ແລະ ຄວາມຍືດຫຍຸ່ນໃນຂະບວນການຜະລິດ.ວິຊານີ້ເໝາະສຳລັບ ຜູ້ທີ່ມັກໃນດ້ານເຕັກນິກ ແລະ ການແກ້ໄຂບັນຫາ, ຜູ້ທີ່ຕ້ອງການເຮັດວຽກໃນຫ້ອງປະດິດ ຫຼື ໂຮງງານ ແລະ ຜູ້ທີ່ມີແຜນຈະສ້າງອຸດສາຫະກຳໃນອະນາຄົດ. 

ວິຊາເປັນອີກໜຶ່ງວິຊາທີ່ຈົບມາແລ້ວຫາວຽກງ່າຍ ເພາະມີຄວາມຕ້ອງການໃນຕະຫຼາດສູງ ຕົວຢ່າງເຊັ່ນ ສາຍງານນີ້ຊ່ວຍຜະລິດສິ່ງທີ່ມີຄຸນຄ່າ ແລະ ເປັນສ່ວນໃນການພັດທະນາທີ່ຍືນຍົງ: ລົດຂີ້ເຫຍື້ອ, ພັດທະນາເຄື່ອງຈັກທີ່ປະຫຍັດພະລັງງານ, ພັດທະນາເທັກໂນໂລຢີສີຂຽວ ແລະ ອື່ນໆທີ່ສາມາດສ້າງປະໂຫຍດໃນອານາຄົດ.


ອາຊີບທີ່ສາມາດເຮັດກ່ຽວກັບສາຂານີ້ຫຼັງຮຽນຈົບ: