ສາຂາວິທະຍາສາດທົ່ວໄປ (General Science / Biological & Physical Sciences)

ໂປຣແກຣມການຮຽນໃນສາຂານີ້ ມີການປະສົມປະສານເບື້ອງຕົ້ນຂອງວິຊາຊີວະະພາບ ແລະ ວິຊາທາງວິທະຍາສາດທາງກາຍະພາບ (physical sciences), ຫຼື ມີການມຸ່ງເນັ້ນບາງສ່ວນເປັນພິເສດ ຂຶ້ນຢູ່ກັບເນື້ອຫາທີ່ທ່ານເລືອກສຶກສາ. ມັນກ່ຽວຂ້ອງກັບການສຶກສາຢ່າງມີລະບຽບຜ່ານການທົດລອງ, ການສັງເກດ ແລະ ການອະທິບາຍເພື່ອໄດ້ມາຊຶ່ງຂໍ້ມູນທີ່ເຊື່ອຖືໄດ້ ກ່ຽວກັບເຫດການຕ່າງໆ ໃນໂລກທາງຊີວະພາບ ແລະ ທາງວັດຖຸສາດ. (Biological Sciences) ສຶກສາກຽວກັບ ໂຄງສ້າງ ແລະ ຫນ້າທີ່ຂອງສິ່ງມີຊີວິດເຊັ່ນ: ການສືບພັນ, ການເຕີບໂຕ ແລະ ວິວັດທະນາ ,ພຶດຕິກຳ ແລະ ການເຂົ້າມາກະທົບຂອງສິ່ງແວດລ້ອມ. (Physical Sciences) ສຶກສາແບບລະບຽບ ໂດຍໃຊ້: ການທົດລອງ ,ການສັງເກດ  ແລະ ການອະທິບາຍເຫດການເກີດຂື້ນໃນໂລກທາງວັດຖຸສາດ ແລະ ກາຍະພາບ.

ສາຂາຫຼັກໆໃນກຸ່ມນີ້: ຟີຊິກ (Physics), ເຄມີ (Chemistry), ວິທະຍາໂລກ (Earth Science), ດາຣາສາດ (Astronomy) ແລະ ອື່ນໆ.

ອາຊີບທີ່ໃນສາຂາຊີວະພາບ ແລະ ວິທະຍາສາດທົ່ວໄປສາມາດເຮັດໃຫ້ໄດ້ໃນອານາຄົດ