ການປົກປ້ອງສິ່ງແວດລ້ອມ ເນັ້ນໃສ່ການແກ້ໄຂບັນຫາທີ່ເກີດຈາກການປະຕິສຳພັນລະຫວ່າງມະນຸດ ແລະ ລະບົບສິ່ງແວດລ້ອມ ແລະ ປະກອບໄປດ້ວຍບັນຫາເຊັ່ນ: ການອະນຸລັກ, ມົນລະພິດ, ການສູນເສຍຄວາມຫຼາກຫຼາຍທາງຊີວະນາ, ການເສຍຫາຍຂອງພື້ນດິນ ຫຼື ນະໂຍບາຍດ້ານສິ່ງແວດລ້ອມ.
ມັນກ່ຽວຂ້ອງກັບການສຶກສາການຈັດການແບບຍືນຍຸ່ນຂອງຊັບພະຍາກອນຕໍ່ສິ່ງແວດລ້ອມ ເພື່ອສົມດຸນການໃຊ້ ແລະ ຄ່າທີ່ມີ ໃຫ້ກັບຊຸມຊົນໃນປະຈຸບັນ ແລະ ໃນອະນາຄົດ. ອາຊີບຈຳນວນຫຼາຍໃນອຸດສາຫະກຳນີ້ ແມ່ນຖືກພິຈາລະນາວ່າແມ່ນ “ອາຊີບສີຂຽວ” ເນື່ອງຈາກວ່າເກີດຈາກຄວາມພະຍາຍາມປົກປ້ອງ ຫຼື ຮັກສາຊັບພະຍາກອນສິ່ງແວດລ້ອມຂອງພວກເຮົາ.
ອາຊີບທີ່ສາມາດເຮັດກ່ຽວກັບສາຂານີ້ຫຼັງຮຽນຈົບ:
ຜູ້ຊ່ຽວຊານທາງມົນລະພິດອາກາດ
ຜູ້ຊ່ຽວຊານທາງຄຸນນະພາບອາກາດ
ກ່ຽວຂ້ອງກັບກົດໝາຍດ້ານນີ້ໂດຍສະເພາະ
ຊ່າງເຕັກນິກພະລັງງານ
ທີ່ປຶກສາສິ່ງແວດລ້ອມ
ຜູ້ໃຫ້ການສຶກສາດ້ານສິ່ງແວດລ້ອມ
ສຸຂະອະນາໄມສິ່ງແວດລ້ອມ
ຜູ້ກວດກາທາງສຸຂະພາບສິ່ງແວດລ້ອມ
ຜູ້ວິເຄາະຜົນກະທົບທາງສິ່ງແວດລ້ອມ
ນັກຂ່າວດ້ານສິ່ງແວດລ້ອມ
ຜູ້ວາງແຜນດ້ານສິ່ງແວດລ້ອມ
ຜູ້ຈັດການໂຄງການສິ່ງແວດລ້ອມ
ທີ່ປຶກສາທາງດ້ານປົກປ້ອງສິ່ງແວດລ້ອມ
ຊ່າງເຕັກນິກການປົກປ້ອງສິ່ງແວດລ້ອມ
ຜູ້ວິເຄາະຄຸນນະພາບສິ່ງແວດລ້ອມ
ນັກຄົ້ນຄ້ວາສິ່ງແວດລ້ອມ
ຊ່າງເຕັກນິກຄວາມປອດໄພດ້ານສິ່ງແວດລ້ອມ
ນັກປ່າໄມ້
ຊ່າງເຕັກນິກການປ່າໄມ້ ແລະ ການອະນຸລັກ
ນັກວິເຄາະຂໍ້ມູນລະບົບຂໍ້ມູນພູມສາດ