ທ່ານມັກການບັນຊີ, ການເຮັດວຽກກັບຕົວເລກ, ການຈັດລຽງຂໍ້ມູນ, ການອະທິບາຍເລື່ອງທີ່ສັບຊ້ອນໃຫ້ຄົນອື່ນເຂົ້າໃຈ, ແລະ ການໃຫ້ບໍລິການທາງການເງິນແກ່ອົງກອນ ຫຼື ບຸກຄົນບໍ່?
ທ່ານມັກການບັນຊີ, ການເຮັດວຽກກັບຕົວເລກ, ການຈັດລຽງຂໍ້ມູນ, ການອະທິບາຍເລື່ອງທີ່ສັບຊ້ອນໃຫ້ຄົນອື່ນເຂົ້າໃຈ, ແລະ ການໃຫ້ບໍລິການທາງການເງິນແກ່ອົງກອນ ຫຼື ບຸກຄົນບໍ່?
ສາຂາບັນຊີແມ່ນການສຶກສາເພື່ອຈັດການ, ກວດສອບ ແລະ ບັນທຶກທຸລະກຳທາງການເງິນ.
ຖ້າທ່ານເລືອກສາຂານີ້, ທ່ານຈະໄດ້ຮຽນຮູ້ກ່ຽວກັບຫຼັກການ ແລະ ຂະບວນການບັນຊີ ທີ່ຈຳເປັນສໍາລັບການຈັດລຽງ, ການຮັກສາ, ການວິເຄາະ ແລະ ການປະເມີນຂໍ້ມູນການເງິນທັງໃນລະດັບສ່ວນຕົວ ແລະ ອົງກອນຕ່າງໆ. ສາຂານີ້ຮຽນຮູ້ໂດຍການເຂົ້າໃຈ ທັງທາງທິດສະດີ ແລະ ການປະຍຸກໃຊ້ໃນການວາງແຜນການເງິນ, ການລົງທຶນ, ລະບົບການເງິນ ແລະ ຄວາມປອດໄພ.
ອາຊີບທີ່ເປັນໄປໄດ້ຫຼັງຈາກຮຽນຈົບນັກບັນຊີ:
ເຈົ້າໜ້າທີ່ບັນຊີ
ນັກສະຖິຕິປະກັນໄພ (Actuaries)
ຜູ້ຄວບຄຸມການກວດສອບ
ຜູ້ກວດສອບບັນຊີ
ຜູ້ຈັດການທະນາຄານ
ພະນັກງານທະນາຄານ
ເຈົ້າໜ້າທີ່ການເງິນ
ນັກວິເຄາະການເງິນ
ຜູ້ຈັດການຝ່າຍການເງິນ
ຜູ້ຄວບຄຸມງົບປະມານ
ນັກວິເຄາະຄວາມສ່ຽງ
ນັກວາງແຜນທາງການເງິນສ່ວນຕົວ
ເຈົ້າໜ້າທີ່ປະກັນໄພ
ພະນັກງານຂາຍປະກັນໄພ
ນັກລົງທຶນ
ນັກຈັດການກອງທຶນ
ທີ່ປຶກສາທາງການເງິນ
ນັກການເງິນອິດສະຫຼະ
ພະນັກງານສິນເຊື່ອ
ນັກລົງທຶນຫຸ້ນ
ພະນັກງານລາຍຮັບ-ລາຍຈ່າຍເງິນ (Tellers)
ຜູ້ຄວບຄຸມການເງິນລະດັບສູງ (Treasurers & Controllers)