ສາຂາ: ຄອມພິວເຕີ ແລະ ການປະມວນຂໍ້ມູນ
ສາຂານີ້ແມ່ນການສຶກສາກ່ຽວກັບແນວທາງການຄິດຄຳນວນໃນດ້ານວິທະຍາສາດ ແລະ ວິສະວະກຳຄອມ, ລວມທັງການນຳໃຊ້ແອັບພິເຄຊັນໃນການປະມວນຜົນເພື່ອຄວບຄຸມຂໍ້ມູນ, ຈັດເກັບຂໍ້ມູນ, ການອອກແບບ ແລະ ການກຳນົດລະບົບຂໍ້ມູນ, ພ້ອມທັງອອກແບບພື້ນຜິວການນຳໃຊ້ (user interface).
ເປົ້າໝາຍຫຼັກຂອງສາຂານີ້ ແມ່ນ:
ພັດທະນາຄວາມເຂົ້າໃຈກ່ຽວກັບພາສາຄອມພິວເຕີ ແລະ ພື້ນຖານຂອງທິດສະດີການຄຳນວນ
ພັດທະນາຄວາມສາມາດໃນການວິເຄາະ, ອອກແບບ ແລະ ຄວບຄຸມລະບົບຂໍ້ມູນ
ເຂົ້າໃຈຜົນກະທົບດ້ານສັງຄົມຂອງເທັກໂນໂລຊີຂໍ້ມູນ
"Computing" ແມ່ນການອອກແບບ, ການພັດທະນາ ແລະ ການສ້າງລະບົບ Hardware ແລະ Software. ມັນຄອບຄຸມການປະມວນ, ການຈັດຮູບແບບ, ແລະ ຄວບຄຸມຂໍ້ມູນທຸກປະເພດ; ການຄົ້ນຄວ້າທາງວິທະຍາສາດດ້ວຍຄອມພິວເຕີ; ການພັດທະນາລະບົບໃຫ້ສາມາດເຮັດວຽກໄດ້ຢ່າງລະອຽດ; ແລະ ການສ້າງ ແລະ ນຳໃຊ້ສື່ທາງການສື່ສານ ແລະ ຄວາມບັນເທີງ.
ອາຊີບທີ່ກ່ຽວຂ້ອງໃນສາຂານີ້ (Possible Occupations)
ຜູ້ອອກແບບລະບົບແອັບພິເຄຊັນ (Application System Designers)
ນັກວິເຄາະຂໍ້ມູນທາງທຸລະກິດ (Business Intelligence Analysts)
ວິສະວະກອນ Cloud (Cloud Architects)
ນັກວິເຄາະຄອມພິວເຕີ (Computer Analysts)
ນັກຄົ້ນຄວ້າຄອມພິວເຕີ ແລະ ຂໍ້ມູນ (Computer and Information Research Scientists)
ຜູ້ຈັດການລະບົບຄອມພິວເຕີ ແລະ ຂໍ້ມູນ (Computer and Information Systems Managers)
ຜູ້ພັດທະນາເກມໃນຄອມພິວເຕີ (Computer Game Developers)
ວິສະວະກອນຮາດແວຄອມພິວເຕີ (Computer Hardware Engineers)
ນັກອອກແບບເຄືອຂ່າຍຄອມພິວເຕີ (Computer Network Architects)
ຜູ້ຊ່ວຍເຫຼືອດ້ານເຄືອຂ່າຍຄອມພິວເຕີ (Computer Network Support Specialists)
ພະນັກງານຄອມພິວເຕີ (Computer Operators)
ນັກຂຽນຊອບແວ/ໂປຣແກຣມເມີ (Computer Programmers)
ອາຈານສອນວິຊາຄອມພິວເຕີ (Computer Science Teachers)
ນັກວິເຄາະລະບົບ (Computer Systems Analysts)
ວິສະວະກອນລະບົບ (Computer Systems Engineers/Architects)
ຜູ້ຊ່ວຍເຫຼືອໃຫ້ແກ່ຜູ້ໃຊ້ຄອມພິວເຕີ (Computer User Support Specialists)
ຜູ້ເຮັດກ່ຽວກັບເຄື່ອຂ່າຍຂໍ້ມູນ (Data Warehousing Specialists)
ຜູ້ຄວບຄຸມຖານຂໍ້ມູນ (Database Administrators)
ນັກອອກແບບຖານຂໍ້ມູນ (Database Architects)
ຜູ້ຊຳນານການອອກແບບຖານຂໍ້ມູນ (Database Design Specialists)
ຜູ້ຊ່ວຍຄວບຄຸມເອກະສານ (Document Management Specialists)
ນັກວິເຄາະຫຼັກການດິຈິຕອລ (Forensics Analysts)
ຜູ້ອອກແບບເກມ (Games Designers)
ນັກອອກແບບກຣາຟິກ (Graphic Designers)
ນັກວິເຄາະຄວາມປອດໄພຂໍ້ມູນ (Information Security Analysts)
ຜູ້ຊ່ຽວຊານດ້ານຄວາມປອດໄພຂໍ້ມູນ (Information Security Specialists)
ທີມທີ່ປຶກສາ IT (IT Consultants)
ຜູ້ຈັດການໂຄງການ IT (IT Project Managers)
ວິສະວະກອນຊ່ວຍເຫຼືອ IT (IT Support Engineers)
ຜູ້ພັດທະນາແອັບມືຖື (Mobile Application Developers)
ນັກອອກແບບພາບເຄື່ອນ (Multimedia Artists and Animators)
ນັກວິເຄາະເຄືອຂ່າຍ (Network Analysts)
ຜູ້ຄວບຄຸມລະບົບເຄືອຂ່າຍຄອມພິວເຕີ (Network and Computer Systems Administrators)
ວິສະວະກອນເຄືອຂ່າຍ (Network Engineers)
ວິສະວະກອນຄວາມປອດໄພເຄືອຂ່າຍ (Network Security Engineers)
ນັກອອກແບບເຄືອຂ່າຍ/ລະບົບ (Network/Systems Designers and Engineers)
ນັກວິເຄາະໂປຣແກຣມ (Programming Analysts)
ນັກຄົ້ນຄວ້າ (Researchers)
ນັກອອກແບບລະບົບຄວາມປອດໄພ (Security Designers)
ຜູ້ອອກແບບຊອບແວ (Software Designers)
ພັດທະນາຊອບແວ (Software Developers)