ສາຂານີ້ແມ່ນການສຶກສາກ່ຽວກັບວິທີການເຮັດວຽກ, ຄວບຄຸມ ແລະ ນໍາທາງການຂົນສົ່ງທຸກຮູບແບບເຊັ່ນ ການຂົນສົ່ງທາງບົກ, ທາງອາກາດ, ທາງທະເລ ແລະ ທາງລາງ (ລົດໄຟ).
ການຂົນສົ່ງທາງຖະໜົນ: ສຶກສາກ່ຽວກັບການໃຊ້ລົດ, ການຝຶກຂັບຂີ່, ແລະ ການບໍລິການຂົນສົ່ງທາງຖະໜົນ.
ດ້ານການບິນ: ເນັ້ນໄປທີ່ການເບິ່ງແຍງລຳອາກາດ, ຄວາມປອດໄພທາງການບິນ, ການບໍລິຫານ, ການຝຶກນັກບິນ ແລະ ພະນັກງານໃນເຄື່ອງບິນ.
ທາງທະເລ: ສຶກສາກ່ຽວກັບການດຳເນີນງານເຮືອ, ການບໍລິຫານທ່າເຮືອ, ການນໍາທາງທະເລ, ກົດໝາຍ ແລະ ນະໂຍບາຍຄວາມປອດໄພທາງທະເລ.
ການປະຕິບັດງານໄປສະນີ: ຮຽນກ່ຽວກັບການຂົນສົ່ງໄປສະນີ, ໂຄງສ້າງລະບົບສົ່ງໄປ ແລະ ການຈັດການເຄືອຂ່າຍໃນໄປສະນີ.
ທາງລາງ (ລົດໄຟ): ຮຽນກ່ຽວກັບຫຼັກການດຳເນີນງານລົດໄຟ ແລະ ມາດຕະຖານຄວາມປອດໄພໃນການບໍລິຫານລະບົບລົດໄຟ.
ສາຂານີ້ຍັງລວມຮຽນເລື່ອງການຂົນສົ່ງ ແລະ ການຈັດການໂລຈິສຕິກ ເພື່ອໃຫ້ການຂົນສົ່ງຄົນ ຫຼື ສິນຄ້າເຮັດໄດ້ຢ່າງມີປະສິດທິພາບ.
ອາຊີບທີ່ກ່ຽວຂ້ອງໃນວິຊານີ້:
ນັກເຕັກໂນໂລຊີ ວິສະວະກຳອາກາດ
ພະນັກງານຄວບຄຸມການຈະລາຈອນທາງອາກາດ
ຜູ້ຄວບຄຸມສິນຄ້າໃນຫ້ອງສິນຄ້າຂອງເຄື່ອງບິນ
ຊ່າງ ແລະ ນັກປະກອບເຄື່ອງບິນ
ຜູ້ດູແລການປະຕິບັດງານໃນສະນາມບິນ
ນັກບິນ ແລະ ນັກຄວບຄຸມເຄື່ອງບິນ
ຊ່າງກວດສອບດ້ານການບິນ
ຊ່າງອຸປະກອນອິເລັກໂທຣນິກຂອງເຄຣື່ອງບິນ
ຊ່າງ ແລະ ນັກປະກອບລົດບັນທຸກ ຫຼື ລົດທີ່ໃຊ້ເຄື່ອງຈັກດີເຊວ
ກັບຕັນ, ຜູ້ນໍາທາງເຮືອ
ຕົວແທນຂົນສົ່ງສິນຄ້າ
ນັກດຳນ້ຳພານິດ
ຜູ້ຄວບຄຸມເຄື່ອງຈັກ
ນັກວິເຄາະໂລຈິສຕິກ
ຜູ້ຈັດການໂລຈິສຕິກ
ນັກຂັບລົດໄຟ
ນັກຂັບລົດແບບອື່ນໆ
ຜູ້ຄວບຄຸມການເຮັດວຽກທີ່ຕ້ອງໃຊ້ເຄື່ອງຈັກຫນັກ
ຊ່າງສ້ອມເຮືອ
ຜູ້ຈັດການສະຖານທີ່ຈັດເກັບ ແລະ ຈັດຈຳໜ່າຍ
ຜູ້ຄວບຄຸມພະນັກງານຮ່ວມມື